For faster navigation, this Iframe is preloading the Wikiwand page for ຍິ່ງລັກ ຊິນນະວັດ.

ຍິ່ງລັກ ຊິນນະວັດ

ພະນະທ່ານ
ຍິ່ງລັກ ຊິນນະວັດ
ມ.ປ.ຊ., ມ.ວ.ມ.
ຊື່ຈິງยิ่งลักษณ์ ชินวัตร
ເກີດ (1967-06-21) 21 ມິຖຸນາ ຄ.ສ. 1967 (57 ປີ)
ອຳເພີສັນກຳແພງ ຈັງຫວັດຊຽງໃໝ່ ປະເທດໄທ
ທີ່ຢູ່ປັດຈຸບັນດູໄບ
ສັນຊາດທຸງຊາດຂອງໄທ ໄທ
ທຸງຊາດຂອງປະເທດແຊັກບີ ແຊັກບີ (2019–ປັດຈຸບັນ)
ຊື່ອື່ນປູ
ຊາດພັນໄທເຊື້ອສາຍຈີນ
ການສຶກສາມະຫາວິທະຍາໄລຊຽງໃໝ່
ມະຫາວິທະຍາໄລລັດເຄນທັກກີ
ຈົບຈາກໂຮງຮຽນເຣຍີນາເຊລີວິທະຍາໄລ
ໂຮງຮຽນຍຸພະລາດວິທະຍາໄລ
ອາຊີບນັກທຸລະກິດ
ນັກການເມືອງ
ເປັນທີ່ຮູ້ຈັກຈາກອະດີດນາຍົກລັດຖະມົນຕີໄທ
ບ້ານເດີມຈັງຫວັດຊຽງໃໝ່
ສິນຊັບສຸດທິ5.79 ກື້ບາດ
ພັກການເມືອງ
ພັກເພື່ອໄທ (2011–ປັດຈຸບັນ)
ສາດສະໜາພຸດ
ນິກາຍເຖຣະວາດ
ຄູ່ຮັກອະນຸສອນ ອະມອນຊັດ (ດອງ 1995)
ບຸດສຸພະເສກ ອະມອນຊັດ
ບິດາມາຣດາເລີດ ຊິນນະວັດ
ຍິນດີ ຊິນນະວັດ
ຍາດເຍົາວະເຣດ ຊິນນະວັດ (ເອື້ອຍ)


ທັກສິນ ຊິນນະວັດ (ອ້າຍ)
ເຍົາວະພາ ວົງສະຫວັດ (ເອື້ອຍ)


ພາຍັບ ຊິນນະວັດ (ອ້າຍ)
ລາຍເຊັນ

ຍິ່ງລັກ ຊິນນະວັດ (ໄທ: ยิ่งลักษณ์ ชินวัตร, ຍິ່ງລັກສນ໌ ຊິນວັຕຣ; ເກີດ 21 ມິຖຸນາ ຄ.ສ. 1967) ແມ່ນນັກມຸລະກິດແລະນັກການເມືອງຊາວໄທ ນາຍົກລັດຖະມົນຕີໄທຄົນທີ 28 ແລະນາຍົກລັດຖະມົນຕີຢິງຄົນທຳອິດຂອງປະເທດໄທ ດ້ວຍໄວ 44 ປີ ຖືເປັນນາຍົກລັດຖະນົນຕີທີ່ອາຍຸນ້ອຍທີ່ສຸດໃນຮອບກວ່າ 60 ປີ ນອກຈາກນີ້ຍັງເປັນລັດຖະມົນຕີວ່າການກະຊວງກະລາໂຫມ ສະມາຊິກສະພາຜູ້ແທນລາຊະດອນສັງກັດພັກເພື່ອໄທ ກຳມະການແລະເລຂານຸການມູລນິທິໄທຄົມ

ທ່ານນາງຍິ່ງລັກເກີດທີ່ອຳເພີສັນກຳແພງ ຈັງຫວັດຊຽງໃໝ່ ສຳເຫຼັດການສຶກສາປະລິນຍາຕີຈາກມະຫາວິທະຍາໄລຊຽງໃໝ່ ແລະປະລິນຍາໂທຈາກມະຫາວິທະຍາໄລລັດເຄນທັກກີ ຕໍ່ມາເປັນຜູ້ບໍລິຫານໃນທຸລະກິດທີ່ທ່ານທັກສິນ ຊິນນະວັດ ນາຍົກລົດຖະມົນຕີໄທຄົນທີ 23 ຜູ້ເປັນອ້າຍ ສ້າງຕັ້ງຂຶ້ນ ພາຍຫຼັງທ່ານນາງຍິ່ງລັກໄດ້ເປັນປະທານບໍລິສັດ ເອສຊີ ແອສເສທ ຄອຣ໌ປອເຣຊັ່ນ ຈຳກັດ (ມະຫາຊົນ) ແລະປະທານກຳມະການບໍລິຫານບໍລິສັດ ແອດວານຊ໌ ອິນໂຟຣ໌ ເຊອຣ໌ວິສ ຈຳກັດ (ມະຫາຊົນ)

ໃນຊ່ວງກາງເດືອນພຶດສະພາຄົມ ຄ.ສ. 2011 ພັກເພື່ອໄທຊຶ່ງມີຄວາມສັມພັນໃກ້ຊິດກັບທ່ານທັກສິນ ສະເໜອຊື່ທ່ານນາງຍິ່ງລັກເຂົ້າຊິງຕຳແໜ່ງນາຍົກລັດຖະມົນຕີໃນການເລືອກຕັ້ງທັ່ວໄປ ຜົນປາກົດວ່າ ພັກເພື່ອໄທໄດ້ຜູ້ແທນລາຊະດອນ 265 ທີ່ນັ່ງ ນັບເປັນຄັ້ງທີສອງໃນປະຫວັດສາດໄທທີ່ພັກການເມືອງດຽວຄອງສຽງຂ້າງມາກໃນສະພາ ຈາກນັ້ນທ່ານນາງຍິ່ງລັກໄດ້ຮັບເລືອກຈາກສະພາຜູ້ແທນລາຊະດອນເມື່ອວັນທີ 5 ສິງຫາ ຄ.ສ. 2011 ໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີສືບຕໍ່ຈາກທ່ານອະພິສິດ ເວດຊາຊີວະ ແລະມີພະບໍລົມລາຊະໂອງການແຕ່ງຕັ້ງໃນວັນທີ 8 ສິງຫາ ຄ.ສ. 2011

ທ່ານນາງຍິ່ງລັກ ພົ້ນຈາກຕຳແໜ່ງດ້ວຍການຍຸບສະພາຜູ້ແທນລາຊະດອນເມື່ອວັນທີ 9 ທັນວາ ຄ.ສ. 2013 ແລະຮັກສາການໃນຕຳແໜ່ງນາຍົກລັດຖະມົນຕີ ຈົນກະທັ່ງສານລັດຖະທຳມະນູນວິນິດໄສໃຫ້ພົ້ນຈາກຕຳແໜ່ງຮັກສາການໃນວັນທີ 7 ພຶດສະພາ ຄ.ສ. 2014 ເນື່ອງຈາກການຍ້າຍທ່ານຖະຫວິນ ປ່ຽນສີ ຈາກຕຳແໜ່ງເລຂາທິການສະພາຄວາມມັ່ນຄົງແຫ່ງຊາດ

ປະຫວັດຄວາມເປັນມາ

[ດັດແກ້]

ວັນ​ເດືອນ​ປີ​ເກີດ: 21 ມິຖຸນາ 1967 ສະຖານ​ທີ່​ເກີດ: ທີ່ ຈັງຫວັດ​ຊຽງ​ໃໝ່ ສະຖານະ​ພາບຄອບຄົວ: ແຕ່ງງານ

ການ​ສຶກສາ

[ດັດແກ້]
  • 1988 ​ ປະລິນຍາ​ຕີ ສາຂາ​ລັດຖະສາດ ທີ່ມະຫາວິທະຍາ​ໄລ ​ຊຽງ​ໃຫມ່
  • 1990 ​ ປະລິນຍາ​ໂທ ສາຂາ​ບໍລິຫານ ທີ່ມະຫາວິທະຍາ​ໄລ ​ເຄັນ​ຕັກ​ກີ ອາ​ເມ​ລິ​ກາ

ການ​ເຮັດ​ວຽກ

[ດັດແກ້]
  • 1993 ຜູ້ອຳນວຍການ​ຝ່າຍ​ຜະລິດ ບໍລິສັດ ຊິນນະ​ວັດ ​ໄດ​ເຣກຕໍ​ຣີ ຈຳກັດ
  • 1994 ຜູ້​ຈັດການ​ທົ່ວ​ໄປ ບໍລິສັດ ​​ເຣ​ນ​ໂບ ມີ​ເດຍ ຈຳກັດ
  • 1995 ຜູ້ຈັດການທົ່ວໄປ ບໍລິສັດ ຊິນນະວັດ ໄດເຣກຕໍຣີ ຈຳກັດ
  • 1997 ຮອງປະທານ ບໍລິສັດ ຊິນນະວັດ ໄດເຣກຕໍຣີ ຈຳກັດ
  • 1999 ກຳມະການ​ ຜູ້ອຳນວຍການ- ສາຍ​ງານ​ປະຕິບັດ​ການ​ສິນຄ້າ ​ແລະ ບໍລິການ ບໍລິສັດ ແອດ​ວັນ ອິນ​ໂຟ ເຊີ​ວິດ ຈຳກັດ (ມະຫາຊົນ).
  • 2001 ກຳມະການ​ຜູ້​ອຳນວຍ​ການ ​ອາວຸ​ໂສ- ສາຍ​ງານ​ການວາງ​ແຜນ​ທຸລະ​ກິດ ​ໂທລະ​ຄົມມະນາຄົມ ອິນ​ໂຟ ​ເຊີ​ວິດ ຈຳກັດ (ມະຫາຊົນ)
  • 2002 ປະທານ ບໍລິສັດ ແອດວັນ ອິນ​ໂຟ ​ເຊີ​ວິດ ຈຳກັດ ( ມະຫາຊົນ).
  • 2006 - 2011 ປະທານ​ກຳມະການ​ບໍລິຫານ ບໍລິສັດ ​ເອສ​ຊີ ​ແອ​ສ​ເສດ ກໍ​ໂປ​ເຣຊັນ ຈຳກັດ (ມະຫາຊົນ).

ການ​ເຮັດ​ວຽກທາງການເມືອງ

[ດັດແກ້]
  • 8 ສິງຫາ 2011 : ​​ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ (ຄົນ​ທີ 28).
ກ່ອນໜ້າ ຍິ່ງລັກ ຊິນນະວັດ ຖັດໄປ
ອະພິສິດ ເວດຊາຊີວະ ນາຍົກລັດຖະມົນຕີໄທ ຄົນທີ 28
(ຄ.ສ. 2011 – 2014)
ປະຍຸດ ຈັນໂອຊາ
ສຸກຳພົນ ສຸວັນນະທັດ ລັດຖະມົນຕີວ່າການກະຊວງກະລາໂໝ ຄົນທີ 40
(ຄ.ສ. 2013 – 2014)
ປະວິດ ວົງສຸວັນ
{{bottomLinkPreText}} {{bottomLinkText}}
ຍິ່ງລັກ ຊິນນະວັດ
Listen to this article

This browser is not supported by Wikiwand :(
Wikiwand requires a browser with modern capabilities in order to provide you with the best reading experience.
Please download and use one of the following browsers:

This article was just edited, click to reload
This article has been deleted on Wikipedia (Why?)

Back to homepage

Please click Add in the dialog above
Please click Allow in the top-left corner,
then click Install Now in the dialog
Please click Open in the download dialog,
then click Install
Please click the "Downloads" icon in the Safari toolbar, open the first download in the list,
then click Install
{{::$root.activation.text}}

Install Wikiwand

Install on Chrome Install on Firefox
Don't forget to rate us

Tell your friends about Wikiwand!

Gmail Facebook Twitter Link

Enjoying Wikiwand?

Tell your friends and spread the love:
Share on Gmail Share on Facebook Share on Twitter Share on Buffer

Our magic isn't perfect

You can help our automatic cover photo selection by reporting an unsuitable photo.

This photo is visually disturbing This photo is not a good choice

Thank you for helping!


Your input will affect cover photo selection, along with input from other users.

X

Get ready for Wikiwand 2.0 🎉! the new version arrives on September 1st! Don't want to wait?